ມາເລເຊຍຄວ້າແຊ໋ມຊູຊູກິຄັບໄປຄອງເປັນສະໃຫມທຳອິດ ເຖິງວ່າຈະເສຍໃຫ້ອິນໂດເນເຊຍໃນນັດຊີງຊະນະເລີດ 2-1 ປະຕູ ເມື່ອ ວັນພຸດຜ່ານມາແຕ່ເປັນຝ່າຍຊະນະດ້ວຍປະຕູລວມສອງນັດ 4-2.
ການແຂ່ງຂັນບານເຕະຊູຊູກິຄັບທີ່ປະເທດມາເລເຊຍເມື່ອວັນທີ 29 ຜ່ານມານັດຊີງຊະນະເລີດນັດທີສອງລະຫວ່າງມາເລເຊຍໄປຢາມ ເຈົ້າພາບອິນໂດເນເຊຍຫລັງນັດທຳອິດມາເລເຊຍຍິງມາແລ້ວ 3-0 ປະຕູທີ່ບ້ານຂອງຕົນເອງ.
ເລີ່ມເກມທຳອິດພຽງ 19 ນາທີອິນໂດເນເຊຍມາໄດ້ລູກໂທດເມື່ອໂມຮາເມັດ ໄຄຣີລ ຊາມບຣີ ເອົາໄປຖືກບານໃນເຂດໂທດ ແຕ່ເຟຍ ມັນ ອູຕີນາຍິງບໍ່ຜ່ານມືຜູ້ຮັກສາປະຕູມາເລເຊຍ ນາທີ 25 ເປັນຄຣິສຕຽນ ກອນຊາເລດສູນຫນ້າຕົວເກ່ງຂອງມາເລເຊຍຂຶ້ນເອົາຫົວຟາດ ເຕັມໆແຕ່ບານຂ້າມຄານຫວຸດຫວິດໄປ.
ເຄິ່ງຫລັງເປັນມາເລເຊຍທີ່ ອອກນຳໄປກ່ອນໃນນາທີ 54 ຈາກການຍິງໃນເຂດໂທດຂອງໂມຮາ ເຫມັດ ຊາຟີຊາລີ. ອິນໂດເປີດເກມ ບຸກມາໄດ້ປະຕູຕາມສະເຫມີ 1-1 ໃນນາທີ 72 ຈາກການຕາມຍິງຊໍ້າຂອງ ໂມຮາ ເຫມັດ ນາຊູຮາ. ກ່ອນຫມົດເວລາ 2 ນາທີອິນໂດເນ ເຊຍມາໄດ້ປະຕູທີ 2ອໍາຫມັດ ຣິດວານ ກ່ອນຈະຈົບເກມ ອິນໂດເນເຊຍ ຊະນະມາເລເຊຍ 2-1 ເມື່ອລວມ 2 ນັດມາເລເຊຍເປັນຝ່າຍ ຊະນະໄປດ້ວຍປະຕູລວມ 4-2 ເປັນ ແຊ໋ມລາຍການນີ້ສະໃຫມທໍາອິດໃນປະຫວັດສາດ.
ນັບເປັນຄວາມສຳເລັດຂອງມາເລເຊຍທີ່ໃນປີນີ້ສາມາດຍາດໄດ້ທັງແຊ໋ມຊີເກມທີ່ລາວເປັນເຈົ້າພາບ ແລະ ແຊ໋ມຊູຊູກິຄັບທີ່ອິນໂດເນ ເຊຍເປັນເຈົ້າພາບຮ່ວມກັບຫວຽດນາມ. ເພື່ອເປັນການສະຫລອງແຊ໋ມເທື່ອນີ້ທ່ານ ນາຈິ໊ບ ຣາຊັກ ລັດຖະມົນຕີມາເລເຊຍປະກາດເອົາ ວັນທີ 31 ທັນວາ ເປັນວັນຢຸດສະຫລອງແຊ໋ມອາຊຽນຊູຊູຄັບ 2010.
ສຳລັບ ອາຊຽນເກມ 2012 ປະເທດຟີລິບປິນຈະເປັນເຈົ້າພາບຕໍ່ໄປມີກຳນົດການແຂ່ງຂັນວັນທີ 18 ພະຈິກ.