Lao Football forum

Members Login
Username 
 
Password 
    Remember Me  
Post Info TOPIC: ບານເຕະລາວລີກກຳລັງເຂັ້ມ


Veteran Member

Status: Offline
Posts: 37
Date:
ບານເຕະລາວລີກກຳລັງເຂັ້ມ
Permalink   
 


ສຳລັບການແຂ່ງຂັນ ບານເຕະລາວລີກ ມາຮອດປັດຈຸບັນນີ້ ແມ່ນກຳລັງເຂັ້ມຂຸ້ນ ເພາະມີຫຼາຍທິມ ກຳລັງຍາດຕຳແໜ່ງເປັນທິມນຳ ຄືທິມທະນາຄານນັ້ນ ຈາກທີ່ເຄີຍຢູ່ອັນດັບ 3 ໃນຮອບຂາໄປ ກໍສາມາດແຊງ ປກສ ຂຶ້ນມາເປັນທິມນຳແລ້ວ ສ່ວນ ປກສ ຫຼົ່ນລົງໄປຢູ່ອັນດັບ 3.

ກັບມາເບິ່ງທິມສະໂມສອນ ນະຄອນຫຼວງວຽງຈັນ ເຈົ້າຂອງແຊັມບານເຕະລາວລີກ 2 ສະໄໝ ປະຈຳລະດູການປີ 2004-2005 ແລະ 2005-2006 ກໍຄ່ອຍໆມີລາສີດີຂຶ້ນ ເມື່ອແຂ່ງຂັນໃນຮອບຂາໄປນັ້ນ ໄດ້ຕົກຫຼົ່ນລົງໄປເກືອບຈຸພື້ນຕາຕະລາງ ແລະ ໃນຮອບຂາກັບນີ້ ກໍສາມາດກູ້ສັກສີ ຫຍັບຂຶ້ນມາຢູ່ອັນດັບ 6 ຂອງຕາຕະລາງ ຈາກການແຂ່ງຂັນ 10 ນັດ ຊະນະ 2 ສະເໝີ 3 ເສຍ 5 ມີ 9 ຄະແນນ ເທົ່າກັບທິມວິທະຍາໄລ ລາວ-ອາເມລິກາ (LAC) ແຕ່ປະຕູໄດ້-ເສຍ ນະຄອນຫຼວງ ດີກ່ວາ.

ເຖິງແນວໃດກໍຕາມ ວັນເສົາ ແລະ ວັນອາທິດນີ້ ກໍຈະສືບຕໍ່ແຂ່ງຂັນກັນອີກ 4 ຄູ່ ປະຈຳຢູ່ສະໜາມກີລາບານເຕະ ເຈົ້າອະນຸວົງ ໂດຍຈະເລີ່ມແຕ່ເວລາ 16:00 ໂມງ ເປັນຕົ້ນໄປ ລາຍລະອຽດແຕ່ລະຄູ່ມີດັ່ງນີ້.

http://www.vientianemai.net/news.php?col=4&id=1558


__________________
more about Laos football http://laosfootball.blogspot.com/
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard