Lao Football forum

Members Login
Username 
 
Password 
    Remember Me  
Post Info TOPIC: Laos team won Thailand club at warm up Match ( Lao language)


Veteran Member

Status: Offline
Posts: 37
Date:
Laos team won Thailand club at warm up Match ( Lao language)
Permalink   
 


ທີມຊາດລາວ ເອົາຊະນະອີກແລ້ວ

ຂປລ: ທີມຊາດລົງສະຫນາມນັດທີ 2 ໃນການແຂ່ງຂັນເຕະບານອຸ່ນເຄື່ອງ ເຊິ່ງຍັງມີຄວາມເກັ່ງ ຢ່າງ ຕ ໍ່ເນື່ອງໂດຍການຊະນະ ສະໂມສອນ ສະຫມຸດປາການ ແຊ໋ມລີກໄທສາຍ ຂ 3-0. 
Bon.jpgທີມຊາດລາວລົງສະຫນາມນັດອຸ່ນເຄື່ອງເທື່ອທີ 2 ພົບສະໂມສອນ ສະຫມຸດປາການ ແຊ໋ມລີກໄທ ສາຍ ຂ ໃນວັນທີ 2 ຕຸລານີ້ຢູ່ສະຫນາມກິລາເຈົ້າ ອານຸວົງ ເຊິ່ງການແຂ່ງ ຂັນບໍ່ທັນເຖິງ 2 ນາທີ, ກອງຫນ້າຄົນເກັ່ງຂອງ ທີມຄື ລຳເນົາ ສິງໂຕ ກໍຍິງປະ ຕູແຮກ ຫມານໃຫ້ແກ່ທີມອັນ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ ກອງ ເຊຍ ເປັນຢ່າງ ດີ ແລະ ຈົບ 45 ນາທີບໍ່ມີໃຜຍິງປະຕູກັນໄດ້ອີກ. ເຂົ້າສູ່ເຄິ່ງເວລາທີ 2 ຄວາມໄດ້ ປຽບ ຍັງ ເປັນ ຂອງທີມຊາດລາວ ຈຶ່ງໄດ້ປະຕູໃນນາທີທີ 64 ຈາກການຍິງປະຕູຂອງ ກ້ອນຄຳ ອິນທຳ ມະວົງ ນຳ ຫ່າງເປັນ 2-0 ແລະ ສົມພອນ ວົງຈຽງຄຳ ນັກເຕະບານກອງຫນ້າຮ່າງ ນ້ອຍ ພິກຂີ້ຫນູ ຂອງທີມຊາດລາວ ກໍຕອກຢ້ຳໄຊຊະນະໃຫ້ແກ່ ທີມ ໂດຍການຍິງປະຕູ ເຂົ້າ ອີກ ໃນນທີທີ 78 ສົ່ງຜົນໃຫ້ທີມຊາດລາວ ຊະນະ 3-0. 
ທີມຊາດລາວ ຈະສືບຕໍ່ລົງເຕະອຸ່ນເຄື່ອງກັບທີມລວມ ດາລາຂອງໄທຕື່ມອີກເພື່ອສ້າງ ຄວາມ ພ້ອມຮອງຮັບ ການແຂ່ງ ຂັນ ຊູຊູກິຄັບ 2010 ທີ່ຈະມາເຖິງ.




__________________
more about Laos football http://laosfootball.blogspot.com/
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard