ຄູຝຶກ ຄົນອັງກິດ ຍ້ອງທີມຊາດລາວ ພັດທະນາດີຂຶ້ນ
* ທ່ານ ເດວິດ ບູດ ຄູຝຶກຄົນອັງກິດ ຍ້ອງນັກກິລາບານເຕະທີມຊາດລາວ ຊຸດໃຫຍ່ທີ່ໄດ້ພັດ ທະ ນາດີຂຶ້ນກວ່າແຕ່ກ່ອນແລະຈະສືບຕໍ່ພັດທະນາການ ຫລິ້ນ ບານເປັນທີມໃຫ້ຫລາຍກວ່າເກົ່າເພື່ອຮອງຮັບການແຂ່ງຂັນ ຊູູຊູກິຄັບ 2010. ທ່ານ ເດວູດ ບູດ ຄູຝຶກທີມຊາດລາວ ກ່າວວ່າ:ພາຍຫລັງໄດ້ມາຄຸມທີມຊາດ ລາວເພື່ອ ກຽມ ໃສ່ ການ ແຂ່ງຂັນເຕະບານ ຊູຊູກິຄັບ 2010 ຮອບຄັດເລືອກ ທີ່ ສປປລາວຈະ ເປັນ ເຈົ້າພາບນັ້ນ,ພວກເຮົາ ໄດ້ປັບ ປຸງລະບົບການຫລິ້ນໂດຍອີງໃສ່ ພື້ນຖານຂອງ ນັກເຕະບານລາວ ທີ່ມີແລ້ວນັ້ນ ເຊິ່ງໄດ້ເນັ້ນໃສ່ການປະສານ ງານກັນພາຍໃນ ທີມ ລະ ຫວ່າງກອງຫນ້າກັບກອງກາງ ລວມທັງກອງຫລັງ ແລະ ເລັ່ງໃສ່ ການ ຈ່າຍ ບານ ໃຫ້ແນ່ ນອນ, ຫລິ້ນແບບຮັດກຸມ ແລະ ໃຫ້ຄອງ ບານໄດ້ດົນຕະຫລອດຮອດເນັ້ນ ການຍິງປະ ຕູໃຫ້ແນ່ນອນກວ່າເກົ່າ,ແຕ່ໂດຍພາບລວມແລ້ວເຫັນວ່ານັກກິລາທຸກຄົນມີການພັດ ທະນາຕົນເອງກໍຄື ການປະ ສານງານກັນພາຍໃນທີມດີຂຶ້ນແລະທຸກຄົນກໍ ມີຄວາມ ກະ ຕືລືລົ້ນສູງປະຕິບັດຕາມການຊີ້ນຳຂອງຄະນະຄູຝຶກເປັນຢ່າງດີ ໂດຍອີງໃສ່ຜົນ ງານທັງ 2 ນັດອຸ່ນ ເຄື່ອງ ຜ່ານມານັ້ນກໍຊະນະທັງສອງນັດ ເຊິ່ງນັດທີ 1 ຊະນະ ສະໂມສອນ ມຸກດາຫານ 2-0 ແລະ ນັດທີ 2 ຊະນະ ສະໂມສອນ ສະຫມຸດ ປາການ 3-0.ເຖິງວ່າ ທີມຊາດລາວ ໄດ້ພັດທະນາຕົນເອງຂຶ້ນກວ່າເກົ່າກໍຕາມ,ແຕ່ເມື່ອທຽບໃສ່ນັກກິລາໃນ ລະ ດັບພາກພື້ນທີ່ກາຍເປັນເຄິ່ງອາຊີບ ແລະ ລະດັບອາຊີບ ແລ້ວນັ້ນ, ທ່ານ ເດວິດ ບູດ ຍັງຈະໄດ້ສືບຕໍ່ປັບ ປຸງ ຫລາຍ ດ້ານຕື່ມອີກຄື ຜ່ານການທົດສອບໃນເວລາຝຶກແອບກໍຄືລົງແຂ່ງ ຂັນຕົວຈິງພວກເຮົາ ຈະ ໄດ້ ເນັ້ນ ດ້ານການຄອງບານໃຫ້ຫລາຍກວ່າເກົ່າເພາະຜ່ານມາການຄອງບານເສຍງ່າຍ,ຈະເນັ້ນການສົ່ງ ແລະ ຈ່າຍບານໄປຕາມຕຳແຫນ່ງໃຫ້ແນ່ນອນກວ່າເກົ່າ, ເພີ່ມ ການ ປະສານງານລະຫວ່າງ ກອງກາງ ແລະ ປີກ ຊາຍ-ຂວາ ເພື່ອຫນູນບານຂຶ້ນມາໃຫ້ໄດ້ສູງທີ່ສຸດ ແລະ ນຳໃຊ້ກອງກາງເປັນໂຕຕື່ມເກມ ດັນຂຶ້ນມາ ເພື່ອ ສ້າງໂອກາດໃຫ້ກອງຫນ້າມີໂອກາດ ຫລິ້ນບານໄດ້ຫລາຍ ແລະ ກອງຫນ້າເອງ ກໍຕ້ອງເພີ່ມທັກສະ ແລະ ສິ່ງສຳຄັນຕ້ອງຍິງປະຕູໃຫ້ແນ່ນອນທີ່ສຸດ. ສ່ວນ ການ ຫລິ້ນໄດ້ນຳໃຊ້ລະບົບ 4-4-2 ເພື່ອເຮັດໃຫ້ການ ປະສານງານພາຍໃນທີມກົມກຽວກັນ ເຊື່ອແນ່ວ່ານັກກິລາຈະກ້າວຫນ້າຢ່າງແນ່ນອນ. ໃນ 2 ນັດອຸ່ນເຄື່ອງຜ່ານມາ ຄູຝຶກທ່ານນີ້ ບໍ່ໄດ້ເນັ້ນເລື່ອງຜົນໄດ້ ຫລື ເສຍເພາະຕ້ອງການທົດ ສອບ ເພື່ອໃຫ້ຮູ້ຈຸດແຂງ ແລະ ຈຸດອ່ອນ ແລ້ວນຳມາແກ້ໄຂ ໂດຍສະເພາະຈະກຳໃຫ້ໄດ້ ຈຸດພິເສດຂອງນັກ ເຕະ ບານແຕ່ລະຄົນ./.