ທິມຊາດລາວຊຸດໃຫຍ່ ສະເພາະຊຸດກຽມເຂົ້າຮ່ວມແຂ່ງຂັນ ຊູຊູກິ ຄັບ ຮອບຄັດເລືອກ ລົງສະໜາມອຸ່ນເຄື່ອງນັດສຸດທ້າຍ ວັນທີ 11 ຕຸລາ ຜ່ານມານີ້ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ພົບກັບ ສະໂມສອນກະບີ່ ກໍສະເໝີກັນໄປ 2-2 ພຽງເວລາ 80 ນາທີ ເນື່ອງຈາກໄຟເຍືອງສະໜາມ ດັບໄປຂ້າງໜຶ່ງ ເລີຍຢຸດຕິການແຂ່ງຂັນ.
ສຳລັບເກມການແຂ່ງຂັນໃນນັດນີ້ ທິມສະໂມສອນກະບີ່ ຊຶ່ງຢູ່ໃນອັນດັບທີ 4 ໃນໄທລີກ ປະຈຳລະດູການ 2009-2010ກໍເປັນທິມທີ່ແຂງແກ່ນສົມຄວນ ໂດຍມີນັກເຕະບານຕ່າງຊາດຈາກ ການາ ແລະ ໄນຈີເຣຍຢູ່ຮ່ວມສະໂມສອນຫຼາຍຄົນ ແຕ່ທິມຊາດລາວ ກໍບໍ່ໄດ້ຕົກເປັນຮອງພໍເທົ່າໃດເຊິ່ງສະແດງອອກໃຫ້ເຫັນ ທິມຊາດລາວ ຈະເນັ້ນການປະຄອງບານຫຼາຍກ່ວາ ຕາມແຜນຂອງທ່ານເດວິດ ບູດ ຄູເຝິກທິມຊາດລາວຄົນໃໝ່ ແລະ ທິມຊາດລາວ ກໍຫຼິ້ນໄດ້ຕາມແຜນດີສົມຄວນສຸດທ້າຍ ກໍສາມາດຍິງປະຕູທິມກະບີ່ໄດ້ກ່ອນ ຈາກຜົນງານຂອງ ແກ້ວວຽງເພັດ ລິດທິເດດແລະ ລຳເນົາ ສິງໂຕ ຈາກນັ້ນ ທິມກະບີ່ ຈຶ່ງມາຕີສະເໝີເປັນ 2-2 ໂອກາດຂອງທິມຊາດລາວຍັງມີຢູ່ ແຕ່ບັງເອີນ ໄຟເຍືອງສະໜາມ ພັດດັບໄປຂ້າງໜຶ່ງ ຄະນະຮັບຜິດຊອບຈັດການແຂ່ງຂັນ ຈຶ່ງໄດ້ສັ່ງໂຈະຢຸດການແຂ່ງຂັນໄປພຽງ 80 ນາທີ ເພື່ອເປັນການປ້ອງກັນ ບໍ່ໃຫ້ນັກກີລາເກີດອຸບັດເຫດກາງສະໜາມ.
ເຖິງແນວໃດກໍຕາມ ລະຫວ່າງວັນທີ 22-26 ຕຸລາ 2010ນີ້ ບັນດາມິດຮັກນັກເຊຍບານທຸກທ່ານ ຢ່າລືມໄປເຊຍທິມຊາດລາວທີ່ຈະລົງສະໜາມແຂ່ງຂັນ ຊູຊູກິ ຄັບ ໃນຮອບຄັດເລືອກຕົວຈິງ ພົບກັບກຳປູເຈຍຟີລິບປິນ ແລະ ຕີມໍເລດສເຕ້ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.