Lao Football forum

Members Login
Username 
 
Password 
    Remember Me  
Post Info TOPIC: Read PasaLao on VientianeMai (Laos vs Cambodia)


Veteran Member

Status: Offline
Posts: 37
Date:
Read PasaLao on VientianeMai (Laos vs Cambodia)
Permalink   
 


2010102513385.jpg

ກອງເຊຍທິມຊາດລາວຫຼາຍພັນຄົນ ຄົງຈະບໍ່ປະທັບໃຈພໍປານໃດ ເມື່ອທິມຊາດລາວຫຼິ້ນເກມ ຫຼຸດມາດຕະຖານ ຖ້າທຽບໃສ່ ມະຫະກຳກີລາຊີເກມ ຄັ້ງທີ 25 ຜ່ານມາ ເນື່ອງຈາກວ່າ: ຊູຊູກີ ຄັບ ຮອບຄັດເລືອກ ທິມຊາດລາວ ບໍ່ສາມາດເອົາຊະນະ ກຳປູເຈຍ ໄດ້.

ວັນສຸກທີ 22 ຕຸລາຜ່ານມານີ້ ນັກກີລາບານເຕະທິມຊາດລາວຊຸດໃຫຍ່ ໄດ້ລົງສະໜາມເປັນນັດທຳອິດ ພົບກັບທິມຊາດ ກຳປູເຈຍ ຢູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໃນການແຂ່ງຂັນບານເຕະ ຊູຊູກີ ຄັບ ຮອບຄັດເລືອກ ໂດຍມີພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ແລະ ກອງເຊຍທິມຊາດລາວ ຫຼາຍພັນຄົນ ໄປໃຫ້ກຳລັງໃຈທິມຊາດລາວ ເພື່ອຫວັງເອົາຊະນະ ທິມຊາດກຳປູເຈຍໃຫ້ໄດ້.

ເລີ່ມເກມເຄິ່ງເວລາທຳອິດທິມຊາດ ລາວກໍເຮັດໃຫ້ກອງເຊຍເສຍຂວັນຫຼາຍຄັ້ງ ເມື່ອຖືກທິມຊາດກຳປູເຈຍບຸກຢ່າງໜັກ ແລະ ທິມຊາດກຳປູເຈຍ ມີໂອກາດໄດ້ປະຕູຂຶ້ນນຳກ່ອນ ແຕ່ກໍບໍ່ປະສົບຜົນສຳເລັດ ຂໍຊົມເຊີຍຕຳແໜ່ງກອງຫຼັງ ທິມຊາດລາວ ປ້ອງກັນໄດ້ດີ.

ກັບເຂົ້າມາແຂ່ງຂັນເຄິ່ງເວລາທີ 2 ທ່ານ ເດວິດ ບູ໋ດ ຄູເຝິກທິມຊາດລາວ ປັບປຸງເກມຫຼິ້ນແບບໃໝ່ ຈຶ່ງຄ່ອຍໆດີຂຶ້ນ ແລະ ໄລຍະທ້າຍເກມ ທິມຊາດລາວ ມີໂອກາດບຸກໜັກຂຶ້ນ ລຳເນົາ ສິງໂຕ ກອງໜ້າທິມຊາດລາວ ໂຕຫວັງຜົນ ບໍ່ສາມາດພັງປະຕູ ກຳປູເຈຍໄດ້ ເດວິດ ບູ໋ດ ຈຶ່ງຕັດສິນໃຈປ່ຽນອອກ ແລ້ວສົ່ງ ວິໄຊ ຜາພູວານິນ ລົງໄປຫຼິ້ນແທນ ແຕ່ກໍຕ້ອງຍອມຮັບ ກອງຫຼັງຂອງກຳປູເຈຍ ປ້ອງກັນໄວ້ໄດ້ຢ່າງໜຽວແໜ້ນ ຈົນຄົບ 90 ນາທີ ສະເໝີກັນໄປ 0-0 ແບ່ງກັນໄປຝ່າຍລະ 1 ຄະແນນ.




__________________
more about Laos football http://laosfootball.blogspot.com/
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard