ນັບວ່າເປັນຄວາມພາກພູມໃຈ ຂອງກອງເຊຍບານເຕະລາວ ຫຼາຍໝື່ນຄົນອີກຄັ້ງໜຶ່ງ ເມື່ອທິມຊາດລາວ ລົງສະໜາມນັດສຸດທ້າຍ ໄດ້ທຸ່ມເທເຫື່ອແຮງຢ່າງໜັກ ບຸກຍິງປະຕູທິມຊາດ ຕີມໍເລດສະເຕ ເຖິງ 6-1 ກາຍເປັນທີ 1 ຂອງຮອບຄັດເລືອກ ຊູຊູກິ ຄັບ 2010 ສ່ວນອັນດັບ 2 ແມ່ນທິມຊາດຟີລິບປິນ.
ວັນທີ 26 ຕຸລາຜ່ານມານີ້ ທິມຊາດລາວ ໄດ້ລົງສະໜາມພົບກັບ ທິມຊາດ ຕີມໍ ເລດສະເຕ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ທ່າມກາງກອງເຊຍຫຼາຍພັນຄົນ ນັດນີ້ ທ່ານ ເດວິດ ບູ໋ດ ຕ້ອງສັ່ງການໃຫ້ທິມຊາດລາວ ບຸກຍິງປະຕູໃຫ້ໄດ້ ຫຼາຍທີ່ສຸດ ຈຶ່ງຈະຜ່ານເຂົ້າຮອບ ຫຼື ເປັນທີໜຶ່ງຂອງຮອບຄັດເລືອກໄດ້ ສ່ວນທິມຊາດ ຕີມໍ ເລດສະເຕ ລົງແຂ່ງຂັນມາ 2 ນັດ ຍັງບໍ່ທັນມີແຕ້ມ ຖືວ່າຕົກຮອບ 100% ແຕ່ທິມຊາດ ຕີມໍເລດສະເຕ ກໍບໍ່ຍອມເສຍໃຫ້ທິມຊາດລາວງ່າຍໆ ເມື່ອເກມເລີ່ມຂຶ້ນ ທິມຊາດຕີມໍ ກໍບຸກເຂົ້າໃສ່ທັນທີ ພຽງແຕ່ 8 ນາທີເທົ່ານັ້ນ ຈີຄີວໂຕ ຟີລິບເປ ໂດກາໂມ ໄດ້ບານຫຼຸດຈາກແດນກາງ ແລ້ວຕັດສິນໃຈຍິງໄລຍະໄກ ເລີຍເປັນຜົນໃຫ້ທິມຊາດຕີມໍ ໄດ້ປະຕູຂຶ້ນນຳກ່ອນ 1-0 ແລະ ເວລາຕໍ່ມາອີກ 2 ນາທີ ໂກວັນ ນາມທະວີໄຊ ກໍໄດ້ຍິງປະຕູໃຫ້ທິມຊາດລາວ ຕີສະເໝີໄດ້ຢ່າງທັນຄວັນ 1-1 ຈາກນັ້ນ ທິມຊາດລາວ ກໍເລີ່ມບຸກໜັກຂຶ້ນ ມາເຖິງນາທີທີ 16 ທິມຊາດລາວ ໄດ້ລູກເຕະແຈ ໂດຍແມ່ນ ໄກສອນ ສຸກຂະວົງ ຮັບໜ້າທີ່ເຕະແຈ ປັ່ນມາເຖິງ ສຸກອາພອນ ວົງຈຽງຄຳ ກອງໜ້າພິກຂີ້ໜູໂຕຈິງ ໃຊ້ຫົວຕຳເຂົ້າປະຕູ ຢ່າງສວຍງາມ ເຮັດໃຫ້ທິມຊາດລາວ ໄດ້ປະຕູຂຶ້ນນຳເປັນ 2-1 ທິມຊາດລາວ ຍິ່ງມີກຳລັງໃຈ ເມື່ອສຽງກອງເຊຍດັງຄັບສະໜາມ ແລະ ເປີດເກມບຸກໜັກຂຶ້ນອີກ ແຕ່ທິມຊາດຕີມໍ ກໍໄດ້ບານສວນກັບໄວ ຈົນເຮັດໃຫ້ກອງເຊຍທິມຊາດລາວ ເສຍຂວັນໄປຫຼາຍຄັ້ງ ເວລາແກ່ຍາວມາຈົນຄົບ 45 ນາທີທຳອິດ ທິມຊາດລາວຍັງນຳຢູ່ 2-1.
ກັບເຂົ້າມາແຂ່ງຂັນເຄິ່ງເວລາທີ 2 ໄດ້ 2 ນາທີ ສຸກອາພອນ ວົງຈຽງຄຳ ໄດ້ບານລາກເຂົ້າໜ້າເຂດໂທດ ແຕ່ຖືກກອງຫຼັງ ຕີມໍ ເຂົ້າສະກັດບານຢ່າງແຮງ ກຳມະການເລີຍຊີ້ໃຫ້ເປັນຈຸດໂທດ ລຳເນົາ ສິງໂຕ ອົດກັ້ນມາດົນ ຂໍຮັບໜ້າທີ່ຍິງຢ່າງບໍ່ມີພາດ ທິມຊາດລາວ ໄດ້ປະຕູຂຶ້ນນຳອີກເປັນ 3-1 ນາທີທີ 59 ກ້ອນຄຳ ອິນທຳມະວົງ ປີກຂວາ ໄດ້ບານລາກດຸດເຂົ້າໄປແບບດື້ໆ ແລ້ວຕັດສິນໃຈຍິງ ເລີຍເປັນຜົນໃຫ້ທິມຊາດລາວ ຂຶ້ນນຳອີກເປັນ 4-1 ນາທີທີ 61 ກັນລະຍາ ສີສົມຫວັງ ກໍສະແດງຄວາມເກັ່ງ ໄດ້ໂອກາດຍິງນອກເຂດໂທດ ໃຫ້ທິມຊາດລາວ ໄດ້ປະຕູໜີຫ່າງອອກໄປອີກ ເປັນ 5-1 ເມື່ອໄດ້ປະຕູ 5-1 ທິມຊາດລາວຍັງບໍ່ທັນພໍ ຈາກນັ້ນ ກໍບຸກຍິງປະຕູໃຫ້ໄດ້ອີກ ທຸກຕຳແໜ່ງພ້ອມກັນໜູນຂຶ້ນມາ ສຸດທ້າຍກໍເປັນໂອກາດຂອງ ເກດສະດາ ສຸກສະຫວັນ ກອງຫຼັງທິມຊາດລາວ ຂຶ້ນມາຍິງປະຕູທີ 6 ໃນນາທີທີ 77 ເຮັດໃຫ້ທິມຊາດລາວ ໄດ້ປະຕູອີກເປັນ 6-1 ແລ້ວຄ່ອຍໆພ້ອມກັນ ຕ້ານຢັນເອົາໄວ້ ຈົນເວລາຈົບການແຂ່ງຂັນ ທິມຊາດລາວ ເອົາຊະນະ ຕີມໍເລດສະເຕ 6-1 ມີ 5 ຄະແນນເທົ່າກັບ ຟີລິບປິນ ແລະ ກຳປູເຈຍ ແຕ່ທິມຊາດລາວ ຍິງປະຕູໄດ້ຫຼາຍກ່ວາ ຈຶ່ງໄດ້ເປັນທີ 1 ຂອງຮອບຄັດເລືອກ ສ່ວນອັນດັບ 2 ແມ່ນທິມຊາດຟີລິບປິນ ສະເພາະທິມຊາດກຳປູເຈຍ ເຖິງຈະມີ 5 ຄະແນນເທົ່າກັນ ກໍຕ້ອງຕົກຮອບໄປ ພ້ອມກັບທິມຊາດ ຕີມໍເລດສະເຕ.
ສ່ວນການແຂ່ງຂັນ ຊູຊູກິ ຄັບ ໃນຮອບ 8 ທິມສຸດທ້າຍ ທິມຊາດລາວ ຈະຖືກຢູ່ໃນກຸ່ມ A ຮ່ວມກັບທິມຊາດໄທ ອິນໂດເນເຊຍ ແລະ ທິມຊາດມາເລເຊຍ ໂດຍຈະແຂ່ງຂັນກັນທີ່ອິນໂດເນເຊຍ ສະເພາະທິມຊາດຟີລິບປິນ ຈະຖືກຢູ່ໃນກຸ່ມ B ຮ່ວມກັບທິມຊາດຫວຽດນາມ ເຈົ້າຂອງແຊັມ ຊູຊູກິ ຄັບ 2008ສິງກະໂປ ແລະ ມຽນມາ ໂດຍຈະແຂ່ງຂັນກັນ ທີ່ຫວຽດນາມ ແລະ ມື້ແຂ່ງຂັນຕົວຈິງ ແມ່ນລະຫວ່າງວັນທີ 1-29 ທັນວາ 2010 ນີ້.