Lao Football forum

Members Login
Username 
 
Password 
    Remember Me  
Post Info TOPIC: ແຂວງວຽງຈັນ ຊະນະ ເມືອງໄຊທານີ 14-0 ບານເຕະຊີງຂັນປະທານ ສຕລ ຄັ້ງທີ I
Anonymous

Date:
ແຂວງວຽງຈັນ ຊະນະ ເມືອງໄຊທານີ 14-0 ບານເຕະຊີງຂັນປະທານ ສຕລ ຄັ້ງທີ I
Permalink   
 


ໂດຍ: ສຸລິນ

   ແຂວງວຽງຈັນລົງສະຫນາມນັດທີ 2 ສວມວິນຍານເພັດຊະຄາດດ້ວຍການຍິງປະຕູທີມເມືອງໄຊທານີແບບບໍ່ໄວ້ຫນ້າ 14-0 ສ່ວນ ແສນດິນຊະນະວິທະຍາໄລເຕັກນິກປາກປ່າສັກ 11-0 ລາຍການແຂ່ງຂັນບານເຕະຍິງຊີງຂັນປະທານສະຫະພັນບານເຕະແຫ່ງຊາດຄັ້ງທີ I.

   ການແຂ່ງຂັນບານເຕະຍິງຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຄັ້ງທີ I ໃນຮອບທີ 2 ເຊິ່ງມີແຂ່ງຂັນກັນ 4 ຄູ່ ໃຊ້ 2 ສະຫນາມເຊັ່ນເຄີຍຄືສະຫນາມເຈົ້າອານຸວົງແລະສະຫນາມມະຫາວິທະຍາໄລແຫ່ງຊາດເມື່ອວັນຈັນຜ່ານມາ. ແຂວງວຽງຈັນທີ່ເສຍ ໃຫ້ຫນອງແປນໃນຮອບທຳອິດລົງສະຫນາມພົບກັບເມືອງໄຊທານີທີ່ເສຍໃຫ້ ມ.ປາຍສີສັດຕະນາກມາເຊິ່ງໃຊ້ສະຫນາມເຈົ້າອານຸວົງເປັນ ບ່ອນທຳການແຂ່ງຂັນເຂົ້າໄປໄດ້ພຽງ 7 ນາທີ ເພັດພະຈັນພົມມະຈັນ ກໍ່ຍິງໃຫ້ແຂວງວຽງຈັນອອກນຳກ່ອນ 1-0 ປະຕູຕໍ່ມາໃນນາທີ 9,13 ແລະ 24 ເປັນເພັດພະຈັນຄົນເດີມທີ່ຍິງໃຫ້ແຂວງວຽງຈັນອອກຫ່າງ 4-0 ປະຕູກ່ອນ ຈົບເຄິ່ງເວລາການແຂ່ງຂັນທຳອິດແຂວງວຽງ ຈັນມາຍິງຕື່ມ 2 ປະຕູຫນີຫ່າງ 6-0 ສ່ວນເວລາເຄິ່ງຫລັງແຂວງວຽງຈັນ ຍິງເພີ່ມອີກ 8 ປະຕູ. ເປັນ 14-0 ປະຕູເກັບ 3 ຄະແນນສຳ ຄັນເອົາໄວ້.

   ສະຫລຸບຜົນການແຂ່ງຂັນເມື່ອວັນຈັນຜ່ານມາ ແຂວງວຽງຈັນ ຊະນະ ເມືອງໄຊທານີ 14-0, ສ່ວນບ້ານແສນດິນ ຊະນະວິທະຍາໄລ ເຕັກນິກປາກປ່າສັກ 11-0, ມຊ ຊະນະແຂວງໄຊ ຍະບູລີ 5-1, ຫນອງແປນ ຊະນະ ມ.ປາຍ ສີສັດຕະນາກ 10-0.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard