ໂດຍ: ສຸລິນ
ສະໂມສອນ ທະນາຄານຜົນງານຍັງບໍ່ດີ ຫລັງຖືກ ເອສຣາ ຍິງ 3-1 ປະຕູ ໃກ້ຫມົດສິນລຸ້ນ ແຊ໋ມ ຂະນະທີ່ ຄົມມະນາຄົມຂົນສົ່ງໄປສະນີ ແລະ ກໍ່ສ້າງ (ຄຂປກ) ພາດທ່າເກັບ 3 ຄະແນນຖືກກະຊວງປ້ອງກັນຄວາມສະຫງົບ (ປກສ) 10 ຄົນ ຍິງ 1-0 ປະຕູທ້າຍເກມ. ການແຂ່ງຂັນບານເຕະຊີງຂັນວັນວ້າງຕັ້ງພັກຄົບຮອບ 56 ປີ ເມື່ອວັນທີ 9 ຜ່ານມາທີ່ສະຫນາມ ກີລາເຈົ້າອານຸວົງ.
ການແຂ່ງຂັນຄູ່ທຳອິດເປັນການພົບກັນລະຫວ່າງສະໂມສອນ ເອສຣາ ພົບກັບ ທະນາຄານ ເວລາ 16:30 ໂມງ ເປັນຄູ່ທີ 1 ເລີ່ມການແຂ່ງຂັນໄດ້ພຽງ 16 ນາທີ ທະນາຄານກໍ່ມາເສຍປະຕູໄວຈາກການຜິດພາດຂອງກອງ ຫລັງປ່ອຍໃຫ້ວິລະຍຸດເບີ 8 ຍິງລັກໄກ່ ນອກເຂດໂທດເຂົ້າເສົາ 1 ຜູ້ຮັກສາປະຕູທະນາຄານຫມົດສິດໃຫ້ເອສຣາ ນຳກ່ອນ 1-0 ປະຕູ ກ່ອນ ຈະຈົບເຄິ່ງເວລາທຳອິດ.
ເຂົ້າເກມເຄິ່ງຫລັງ ທ່ານ ເວີນ ສະຫວັນຄູຝຶກທະນາຄານຍັງໃຊ້ວາລະສິນຫົວຫນ້າທືມຢືນແຖວຫນ້າເຊັ່ນ ເດີມ ແລະ ກໍ່ເປັນທະນາຄານບຸກຫນັກຂຶ້ນ ມີຫລາຍຈັງຫວະໂອກາດຍິງປະຕູແຕ່ຍັງບໍ່ເດັດຂາດ, ນາທີ 70 ເອສຣາ ຫນີຫ່າງ 2-0 ຈາກການຍິງຂອງ ແລ້ມໂບ້ ບໍ່ພໍເທົ່າໃດນາທີ ທະນາຄານ ມາໄດ້ປະຕູທັບໄຂ່ແຕກຈາກໄກສອນ ປີກຂວາ ທີ່ປ່ຽນລົງໃນເກມຫລັງ ຍິງໃຫ້ທະນາຄານຂຶ້ນມາເປັນ 1-2 ປະຕູ ກ່ອນຈະຈົບເກມ ເອສຣາ ມາໄດ້ລູກຈຸດໂທດ ຈັງຫວະມຸກດາ ສຸກສະຫວັດ ເຂົ້າສະກັດບານພາດໃນເຂດໂທດກຳມະການກາງເປົ່າໃຫ້ເປັນລູກ ຈຸດໂທດ ມະໂນລົມ ພົມສຸວັນ ຮັບຫນ້າທີ່ບໍ່ພາດ 3-1 ປະຕູ ກ່ອນຈະຈົບເວລາຂອງການແຂ່ງຂັນ.
ສ່ວນຄູ່ທີ 2 ປາກົດວ່າ ປກສ 10 ຄົນ ແຕ່ທ້າຍເກມທຳອິດ ພິກລ໊ອກເອົາຊະນະ ຄຂກປ ຢ່າງ ຫນ້າເຫລືອເຊື່ອທ້າຍເກມຫລັງ 1-0 ປະຕູ ນັດຕໍ່ໄປຈະແຂ່ງກັນ ວັນທີ 16 ເອສຣາ ພົບກັບ ປກສ, ທະນາຄານ ພົບກັບ ຄຂປກ ຫາ ທີມຊະນະເຂົ້າໄປຊີງວັນທີ 19 ມີນາ ທີ່ສະຫນາມເຈົ້າອານຸວົງ.