1. ເປັນຫຍັງ ທີມເຕະບານຊາດລາວ ຈິ່ງບໍ່ສາມາດຍາດສາມແຕ້ມຈາກ ອີນໂດເນເຊຍໃດ້?
2. ທີມຊາດລາວຄວນຈະປັບແນວໃດ ເພື່ອໃຫ້ຊະນະ ເຈົ້າພາບ ມາເລເຊຍ?
1. ຈຸດອອ່ນຂອງທີມຊາດລາວ ທີ່ຫຼີ້ນກັບ ອີນໂດເນເຊຍ:
- ຫົວໜ້າທີມຊາດລາວ ບໍ່ບອກໃຫ້ລູກທີມຫຼີ້ນແບບຂ້າເວລາ, ອາດຈະ ໃຫ້ນັກເຕະກອງການຂອງທີມ ຕໍ່ບອນໃປມາ ສົ່ງລົງຫຼັງ, ສົ່ງຂື້ນກາງ, ສົ່ງລົງຫຼັງ, ລໍຖ້າໂອກາດຕໍ່ບອນເຂົ້າຍິງເອົາປະຕູ ຖ້າບໍ່ໝັ້ນໃຈກໍ່ບໍ່ບຸກ. ກໍ່ຕໍ່ບານໃປມາ ສຸດທ້າຍກໍ່ມີໂອກາດເກັບໃດ້ສາມເຕ້ມ ຫຼື ອີກຢ່າງໜື່ງ ຫົວໜ້າທີມກໍ່ ບໍ່ປ່ຽນເກມ ພາຍຫຼັງທີ່ທີມມີແຕ້ມຂື້ນນຳ, ຖ້າຫົວໜ້າທີມປ່ຽນມາເປັນເກມຮັບ ໂດຍເອົາຜູ້ຫຼີ້ນຢູ່ກາງອອກ ແລ້ວ ເພີ່ມຜູ້ຫຼີ້ນຫຼັງໃສ່ ປະກອງໜ້າໃວ້ຄືເກົ່າເພື່ອ ລໍຖ້າສວນກັບ, ສຸດທ້າຍອາດຈະໃດ້ທັງສາມຄະແນນ ຫຼື ອາດຍິງໃດ້ຫຼາຍລູກອີກຊຳ້- ນັກຮັບຂອງທີມຊາດລາວ ອ່ານຈັງຫວະອອກເອົາບານຜິດ ແລະ ຮັບບານບໍ່ຢູ່ ພ້ອມທັງບໍ່ຮູ້ສັງເກດເບິ່ງນັກເຕະກອງຫຼັງທີມຕົນວ່າຢູ່ໃສ ຖ້າຕົນກະວ່າບານແຮງ ແລະ ຈະຮັບບໍ່ຢູ່ກໍ່ຄວນຈະ ປັດບານໃປຫານັກເຕະທີມຕົນ ເພື່ອວ່າ ຖ້າຮັບບານບໍ່ຢູ່ ບານກໍ່ຈະຟົ້ງໃປຫານັກເຕະທີມຕົນ- ກອງຫຼັງທີມຊາດລາວ ບໍ່ຮັກສາບໍລິເວນທີ່ຕົນຮັບຜິດຊອບ ໂດຍພາກັນຫຸ້ມເຂົ້າຫາກອງໜ້າຄູ່ຕໍ່ສູ້ ແລ້ວປະບໍລິເວນທີ່ຕົນຮັບຜິດຊອບໃວ້ ເຊິ່ງເປັນໂອກາດໃຫ້ຄູ່ຕໍ່ສູ້ບຸກຂື້ນມາໃຊ້ບໍລິເວນທີ່ຫວ່າງນີ້ຍິງປະຕູ.
2. ຖ້າທີມຊາດລາວຈະເອົາຊະນະເຈົ້າພາບມາເລເຊຍ:
- ປ່ຽນນັກຮັບ ຫຼື ຖ້າບໍ່ມີໃຜແທນໃດ້ ກໍ່ປັບປຸງເລື່ອງການຮັບບານບໍ່ຢູ່ ເພາະມາເລເຊຍຮູ້ວ່ານັກຮັບລາວຮັບບານບໍ່ຢູ່ ອາດອາໃສຍິງໄກ ແລ້ວໃຫ້ກອງໜ້າລໍຖ້າຊຳ້ບານ ເມື່ອບານພົ້ງອອກມາຈາກນັກຮັບທີມຊາດລາວ- ໃຫ້ທີມຊາດລາວ ຫຼື້ນແບບ ຟີລິບປີນ ທີ່ເອົາຊະນະວຽດນາມ, ຄືຫຼື້ນຕ້ານ ລໍຖ້າສວນກັບ ແຕ່ຕ້ອງມີກອງໜ້າໃວ້ສອງຄົນເພື່ອປະສານງານກັນ ແຕ່ຕ້ອງສາມັກຄືກັນ ໃນການຍິງປະຕູ ບ່ໍເຫັນແກ່ໂຕທີ່ຍິງປະຕູແບບສ່ຽງດວງໃປ- ຖ້າທີມຊາດລາວມີໂອກາດໃດ້ປະຕູຂື້ນນຳກ່ອນກໍ່ໃຫ້ ປ່ຽນເກມ ມາເປັນເກມຕ້ານ ໂດຍປະກອງໜ້າໃວ້ສອງຄົນເພື່ອລໍຖ້າສວນກັບໃວ ພ້ອມນັ້ນກໍ່ຫຼື້ນແບບຂ້າເວລາ ສົ່ງໃປສົ່ງມາ ສຸດທ້າຍ ກໍ່ຈະຊະນະເອງ